ສຸວັນນີ ສາຂາ ທ່າແຂກ
ປະຫວັດ ບໍລິສັດ ສຸວັນນີ ສາຂາ ທ່າແຂກ
ໃນປີ 1995 ໂດຍທາງຄະນະຜູ້ບໍລິຫານເຫັນວ່າ ການຂາຍສິນຄ້າໂຄງສ້າງເຊັ່ນ: ເຫລັກ ແລະ ຊີມັງ ໂອກາດເຕີບໂຕໄດ້ຍາກເນື່ອງຈາກການແຂ່ງຂັນສູງ, ຄູ່ແຂ່ງຕົ້ນທຶນ ແລະ ພາວະຄວາມຜັນພວນຂອງລາຄາເຫລັກ ແລະ ຊີມັງ ໃນຊ່ວງນັ້ນກໍ່ມີສູງ ການແຂ່ງຂັນກໍ່ເນັ້ນລາຄາເປັນຫລັກ, ບໍ່ສາມາດສ້າງຈຸດເດັ່ນໃນຕະຫລາດສາມາດເຫັນ ຮ້ານ ສຸວັນນີ ໄດ້ຈຶ່ງນຳໄປສູ່ການປັບທິດທາງຂອງຮ້ານໄປສູ່ສິນຄ້າຕົບແຕ່ງເຊັ່ນ: ກະໂລ້, ສຸຂະພັນ ແລະ ກ໋ອກນ້ຳຫລາຍຂື້ນ. ແຕ່ຄວາມທີ່ເຮົາມັກໃນການປັບຕົວ ບໍລິສັດຂອງພວກເຮົາຈຶ່ງເລືອກຈຸດນີ້ເຮັດໃຫ້ເກີດການຕອບຮັບຢ່າງຫລວງຫລາຍ ແລະ ນຳໄປສູ່ການເປີດໂຊລູມໃໝ່ຢູ່ ບ້ານ ໂພນຕ້ອງສະຫວາດ ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ໃນປີ 2000 ເທິງພື້ນທີ່ດິນ 6,408 ຕາລາງແມັດ ໃນນັ້ນມີໂຊລູມ 1,500 ຕາລາງແມັດ ແລະ ສາງ 2,000 ຕາລາງແມັດ.