ສຸວັນນີ ສາຂາ ປາກເຊ
ປະຫວັດ ບໍລິສັດ ສຸວັນນີ ສາຂາ ປາກເຊ
ປີ 2018 (ສາຂາປາກເຊ)ພາຍໃນປີ 2018 ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ເປີດ ອີກໜຶ່ງສາຂາ ທີ່ທາງພາກໃຕ້ ເຊິ່ງກວມເອົາຕະຫຼາດພາກໃຕ້ຄື: ແຂວງຈຳປາສັກ, ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງອັດຕະປຶ ນັ້ນກໍ່ຄື: ສາຂາ ປາກເຊ ທີ່ຕັ້ງຢູ່ ບ້ານກາງ ນະຄອນປາກເຊ ແຂວງຈຳປາສັກ ເຊີ່ງເປີດໃຫ້ບໍລິການຢ່າງເປັນທາງການເມື່ອວັນທີ 17 ມິຖຸນາ 2018 ໂດຍການເຂົ້າຮ່ວມພິທີເປີດຂອງ ທ່ານສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິຫານສູນກາງພັກ ແລະ ທ່ານ ປອ ບຸນຖອງ ດີວິໄຊ ເຈົ້າແຂວງ ແຂວງຈໍາປາສັກ.