ສຸວັນນີ ສາຂາ ສີໄຄ
ປີ 2004 (ສາຂາສີໄຄ)
ສປປ ລາວ ໄດ້ເປີດກວ້າງຫຼາຍຂຶ້ນໃນພາກການລົງທຶນ ແລະ ເພື່ອຮອງຮັບການເປັນເຈົ້າພາບການແຂ່ງຂັນກິລາຊີເກມ ຄັ້ງທີ 25 ເຊິ່ງຈະຈັດຂຶ້ນໃນປີ 2009. ບໍລິສັດ ໄດ້ມີການເປີດສາຂາເພີ່ມຂຶ້ນ ທີ່ບ້ານ ນາແຮ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ສາຂາສີໄຄ) ເຊິ່ງເປັນສູນຈັດຈໍາໜ່າຍສິນຄ້າ ແລະ ບໍລິການ ທາງດ້ານວັດສະດຸກໍ່ສ້າງ, ຕົບແຕ່ງເຮືອນ ແລະ ອາຄານ ແບບຄົບວົງຈອນ ທີ່ໃຫຍ່ທີ່ສຸດໃນ ສປປ ລາວ ໂດຍມີຂະໜາດພື້ນທີ່ວາງສະແດງສິນຄ້າປະມານ 2.000 ຕາແມັດ ພື້ນທີ່ສາງປະມານ 5.000 ຕາແມັດ ແລະ ພື້ນທີ່ຈອດລົດ 60ຄັນ.