ປະຫວັດບໍລິສັດສຸວັນນີ
ປະຫວັດ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ/History of Souvanny Home Center Public Company
ປະຫວັດ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ
ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ເຊິ່ງຕໍ່ໄປນີ້ເອີ້ນວ່າ ("ບໍລິສັດ" ຫຼື "SVN") ດໍາເນີນທຸລະກິດຈັດຈໍາ ໜ່າຍສິນຄ້າດ້ານວັດສະດຸກໍ່ສ້າງ, ຕົບແຕ່ງເຮືອນ ແລະ ອາຄານ ແບບຄົບວົງຈອນ ຕັ້ງແຕ່ວັດສະດຸກໍ່ສ້າງໂຄງສ້າງຫຼັກຈົນເຖິງວັດສະດຸຕົບແຕ່ງພາຍໃນເຊັ່ນ: ກະໂລ, ສຸຂະພັນ, ນໍ້າສີ, ວັດສະດຸຕົບແຕ່ງເຮືອນ ແລະ ອາຄານສໍານັກງານຕ່າງໆ, ເຄື່ອງມືອຸປະກອນທີ່ໃຊ້ໃນວຽກງານກໍ່ສ້າງ. ເຟີນິເຈີ ລວມທັງ ການໃຫ້ບໍລິການແບບຄົບວົງຈອນໃຫ້ແກ່ລູກຄ້າເຊັ່ນ: ໃຫ້ຄໍາແນະນໍາການເລືອກສິນຄ້າ, ການອອກແບບພາຍໃນຫ້ອງຄົວ-ຫ້ອງນໍ້າ, ຫຼັງຄາ ພ້ອມການປະເມີນລາຄາ, ບໍລິການຮັບຕິດຕັ້ງແບບມືອາຊີບ ແລະ ບໍລິການຈັດສົ່ງສິນຄ້າເຖິງມືລູກຄ້າ ສິນຄ້າສ່ວນຫຼາຍນໍາເຂົ້າຈາກຕ່າງປະເທດ ເປັນສິນຄ້າທີ່ມີຄຸນະພາບ ຍີ່ຫໍ້ສິນຄ້າທີ່ມີຊື່ສຽງ ແລະ ເປັນທີ່ຍອມຮັບລະດັບສາກົນ ໂດຍມີລະບົບໂປຣແກຣມຄອມພິວເຕີ ທີ່ທັນສະໄໝໃນການຈັດການດ້ານການຈໍາໜ່າຍ ແລະ ຄວບຄຸມສິນຄ້າໃນສາງຢ່າງມີປະສິດທິພາບ. ສິນຄ້າແບ່ງອອກເປັນຫຼາຍກວ່າ 20 ໝວດຜະລິດຕະພັນ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າກ່ຽວກັບການກໍ່ສ້າງ ແລະ ຕົບແຕ່ງອາຄານ ພາຍໃຕ້ຄໍາຂວັນທີ່ວ່າ: “ຍົກລະດັບສິນຄ້າ ແລະ ບໍລິການໃນແຕ່ລະລະດັບຕະຫຼາດໃຫ້ມີຄຸນນະພາບ ຮັກສາການປະຕິບັດງານໃຫ້ໄດ້ມາດຕະຖານ ສ້າງຄວາມເພິ່ງພໍໃຈໃຫ້ລູກຄ້າ ພັດທະນາຢ່າງຕໍ່ເນື່ອງ”. ການຈັດຈໍາໜ່າຍສິນຄ້າຮູບແບບທັນສະໄໝ ພາຍໃນສູນສະແດງສິນຄ້າຂະໜາດໃຫຍ່ (Showroom) ພາຍໃຕ້ເຄື່ອງໝາຍການຄ້າ “ສຸວັນນີ” (Souvanny) ທີ່ໃຫຍ່ເປັນອັນດັບໜຶ່ງໃນ ສປປ ລາວ.
ຮ້ານສຸວັນນີການຄ້າ ໄດ້ສ້າງຕັ້ງຂຶ້ນ ປີ 1988 ໂດຍ ທ່ານ ນາງສຸວັນນີ ສຸຄະບັນດິດ (ທ່ານ ນາງສຸວັນນີ). ທ່ານວັດດານາ ສຸຄະບັນດິດ (ທ່ານວັດດານາ) ແລະ ທ່ານພັນໂນລາ ສຸຄະບັນດິດ (ທ່ານພັນໂນລາ)
ປີ ແລະ ເຫດການສຳຄັນ
ປີ 1988
ຮ້ານ ສຸວັນນີການຄ້າ ໄດ້ສ້າງຕັ້ງຂຶ້ນ ໂດຍເລີ່ມມາຈາກ ທ່ານ ນາງ ສຸວັນນີ ໄດ້ເບິ່ງເຫັນເຖິງໂອກາດການຂະຫຍາຍຕົວຂອງ ສປປ ລາວ ໃນອະນາຄົດ ປະກອບກັບ ທ່ານ ວັດດານາ ໄດ້ສຳເລັດການສຶກສາດ້ານສະຖາປັດຕະຍະກຳ ແລະ ມີປະສົບການກ່ຽວກັບການກໍ່ສ້າງ. ພ້ອມຍັງເປັນຊ່ວງທີ່ ສປປ ລາວ ກໍາລັງເລີ່ມມີການເຕີບໃຫຍ່ຂະຫຍາຍຕົວດ້ານການກໍ່ສ້າງພື້ນຖານໂຄງລ່າງ ສະນັ້ນ, ຈຶ່ງໄດ້ເລີ່ມຕົ້ນດໍາເນີນທຸລະກິດຈັດຈໍາໜ່າຍວັດສະດຸກໍ່ສ້າງທົ່ວໄປ ໃນຮ້ານຄ້າຂະໜາດໜຶ່ງຫ້ອງແຖວ (ພື້ນທີ່ປະມານ 50 ຕາແມັດ) ທີ່ ບ້ານສີສະຫວາດ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ປັດຈຸບັນເປັນສາຂາຍ່ອຍ (ສາຂາທົ່ງຂັນຄຳ) ດ້ວຍທຶນຈົດທະບຽນ 3.250.000 ກີບ.
ປີ 1993ເປັນຊ່ວງທີ່ພາກການກໍ່ສ້າງໃນ ສປປ ລາວ ມີການຈະເລີນເຕີບໂຕຢ່າງຕໍ່ເນື່ອງ. ຄວາມຕ້ອງການສິນຄ້າປະເພດວັດສະດຸກໍ່ສ້າງເພີ່ມຂຶ້ນ ການແຂ່ງຂັນທາງດ້ານທຸລະກິດວັດສະດຸກໍ່ສ້າງຈຶ່ງເພີ່ມຂຶ້ນ ອັນເປັນສາເຫດເຮັດໃຫ້ຕົ້ນທຶນສິນຄ້າທີ່ນໍາເຂົ້າມາຈັດຈຳໜ່າຍບໍ່ສາມາດແຂ່ງຂັນກັບຄູ່ແຂ່ງໄດ້ ເພື່ອໃຫ້ທຸລະກິດສາມາດນຳສິນຄ້າມາຈາກໂຮງງານຜູ້ຜະລິດໄດ້ໂດຍກົງໃນຕົ້ນທຶນທີ່ຖືກລົງ. ປະກອບກັບທາງ ພັກ ແລະ ລັດຖະບານ ມີນະໂຍບາຍສະໜັບສະໜູນໃຫ້ຊື້ກົກຂາຍປາຍ ຫຼື ການຫຼຸດຜ່ອນການຊື້ສິນຄ້າຜ່ານພໍ່ຄ້າຄົນກາງຕາມຊາຍແດນ ເພື່ອໃຫ້ຜູ້ບໍລິໂພກໃນ ສປປ ລາວ ໄດ້ຊົມໃຊ້ສິນຄ້າໃນລາຄາຖືກລົງ ອັນນໍາໄປສູ່ການຍົກລະດັບຄວາມສາມາດໃນການແຂ່ງຂັນໃຫ້ສູງຂຶ້ນ ພ້ອມທັງຜູ້ບໍລິຫານບໍລິສັດ ຕ້ອງການໃຫ້ບໍລິສັດມີໂຄງສ້າງການຈັດການທີ່ເປັນລະບົບ ແລະ ມີແບບແຜນຫຼາຍຂຶ້ນ ສະນັ້ນ, ບໍລິສັດ ຈຶ່ງໄດ້ມີການຈົດທະບຽນເປັນ ບໍລິສັດ ສຸວັນນີ ການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ດ້ວຍທຶນຈົດທະບຽນ 100.000.000 ກີບ.
History of SOUVANNY
Souvanny Home Center Public Company (“the Company” or “SVN”) operates a one-stop shopping-home
center which provides both services and full-ranged products from construction material to home supplies and decoration such as,
tile, sanitary ware, paint, home, and office decoration material, furniture and others. Moreover, the Company also has services including the product recommendation to customers, interior design for kitchen and restroom, and product delivery. Most of the imported products of the Company are of high quality with well-known brands easily recognized and effectively managed by the modern computer system, focusing on distribution and warehouse systems. The products can be separated over 20 categories vary on the customers’ needs under the slogan that “improving products and services to each market level with high quality, keeping working procedure to gain the standard, satisfying customers, and continuous development”. The Company’s distribution channel is to sell through its own modern trade showrooms under the Lao PDR.’s top brand “Souvanny”.
Souvanny’s shop was established in 1988 by Mrs. Souvanny SOUKHABANDITH (Mrs. Souvanny), Mr. Waddana SOUKHABANDITH (Mr. Waddana), and Mr. Phannola SOUKHABANDITH (Mr. Phannola).
Year 1988
Souvanny shop was established from the vision of Ms. Souvanny seeing economic growth opportunity in Lao PDR, construction and infrastructure industries in particular, together with Mr. Waddana who just graduated in architecture and had a lot of experiences in construction. At this time was also the period of Government support to promote the economy. As such, they decided to start the distribution business of construction materials in a shophouse (approximately area 50 sq.m) at Sisawat Village, Chanthabuly District, Vientiane Lao PDR. However, currently, it becomes a sub-branch (Thongkhankham branch) with the registered capital LAK 3,250,000.
Year 1993According to the rapid growth in the construction industry in Lao PDR, the need for construction material products was increased, causing higher competition in the industry, leading the Company lost track of cost management. However, the Company eventually found the ways to directly buy the products from the suppliers in a time that the Government promotes international trades on the Thai-Lao border, leading the Company to be able to overcome its competitors. To improve the Company structure, the Company was registered as Souvanny Trading Export-Import Sole Company Limited with registered capital LAK 100,000,000.
ວິໄສທັດ/Vision
ວິໄສທັດ
ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຈະເປັນຜູ້ນຳການພັດທະນາ ການຄ້າວັດສະດຸກໍ່ສ້າງ, ເຄື່ອງຕົບແຕ່ງເຮືອນ, ເຄື່ອງໃຊ້ພາຍໃນເຮືອນ ແລະ ເຄື່ອງອຸປະໂພກທົ່ວໄປ ທີ່ທັນສະໄໝໃນທຸກຊ່ອງທາງການຂາຍ ເພື່ອຕອບສະຫນອງລູກຄ້າທຸກລະດັບໃນ ສປປ ລາວ ກ້າວເຊື່ອມໂຍງສູ່ອາຊຽນ
Vision
Souvanny Home Center will become a leader of the development in modern trade centers on construction materials, home decoration, home appliances, and Consumer goods in all sale channels to meet the customer’s needs in Lao PDR and connects to the ASEAN market.
ພາລະກິດ/Mission
ພາລະກິດ
- ພັດທະນາການນໍາເອົາສິນຄ້າດ້ານວັດສະດຸກໍ່ສ້າງ, ເຄື່ອງຕົບແຕ່ງເຮືອນ ,ເຄື່ອງໃຊ້ພາຍໃນເຮືອນ ແລະ ເຄື່ອງອຸບປະໂພກທົ່ວໄປ ຈາກທຸກຂົງເຂດ ທີ່ມີຄຸນນະພາບ ແລະ ລາຄາຍຸດຕິທໍາໄປສູ່ທຸກກຸ່ມລູກຄ້າ ທຸກລະດັບລູກຄ້າ ແລະ ທຸກພື້ນທີ່ ຂອງປະເທດລາວ, ປະກອບສ່ວນເປັນອົງປະກອບໜຶ່ງ ທີ່ຂັບເຄື່ອນເສດຖະກິດລາວ
- ພັດທະນາການບໍລິການ ແລະ ການສົ່ງມອບ ໃນທຸກຊ່ອງທາງການຂາຍທັງອອບລາຍ ແລະ ອອນລາຍ ໃຫ້ທັນສະໄຫມ
- ເສີມສ້າງຄວາມສາມາດ ຂອງບຸກຄະລາກອນ ແລະ ພະນັກງານສືບທອດຢ່າງຕໍ່ເນື່ອງ ເພື່ອໃຫ້ມີສັກກະຍະພາບສາມາດຮັບມືກັບການປ່ຽນແປງຂອງເທັກໂນໂລຢີໃໝ່ໃນໄລຍະປຽ່ນຜ່ານ ແລະ ພຶດຕິກໍາ ຂອງຜູ້ບໍລິໂພກໃນຍຸກໃໝ່
- ພັດທະນາການເຊື່ອມໂຍງການຄ້າ ຂອງລາວໃຫ້ຕິດພັນກັບການຄ້າ ຂອງອາຊຽນ ແລະ ໂລກ, ໃນຖານະ ທີ່ປະເທດລາວເປັນໃຈກາງ ຂອງພາກພື້ນ
- ຮັກສາທຸກຜົນປະໂຫຍດ ຂອງທຸກພາກສ່ວນ ທີ່ມີສ່ວນໄດ້ສ່ວນເສຍກັບບໍລິສັດ ພ້ອມກັບປະກອບສ່ວນ ຮັບຜິດຊອບຕໍ່ສັງຄົມ ແລະ ສີ່ງແວດລ້ອມ ເພື່ອພັດທະນາຕາມທິດສີຂຽວຍືນຍົງ
Mission
- Developing the import of construction materials, home furnishings, home appliances, and consumer goods from all areas with quality and reasonable prices to all customer groups, and all areas of Laos, contributing to be a part to drive the Lao economy.
- Improving the Service and Hand-over in all sales channels both Offline and Online to be modernized
- Enhancing the capacity of personnel and creating continuously successor staffs to be the potential personnel to cope with the new technologies changing in the transfer periods and changing of the customer's behavior in the new era
- Developing Laos' trade links with ASEAN and the world, as Laos is the center of the region
- Maintain all interests of all parties involved in the Company and contribute to social and environmental responsibility for sustainable green development.