ການຄືນສິນຄ້າ

     
    1. ຍິນດີຮັບສິນຄ້າຄືນພາຍໃນ 30 ວັນ ເທົ່ານັ້ນ
    2. ຕ້ອງມີບິນທີ່ອອກໂດຍ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມາພ້ອມທຸກຄັ້ງທີ່ນໍາສິນຄ້າມາປ່ຽນ ຫຼື ສົ່ງຄືນ
    3. ສິນຄ້າ, ການຫົ້ມຫໍ່ ແລະ ປ້າຍບາໂຄດ ຈະຕ້ອງຢູ່ໃນສະພາບທີ່ສົມບູນ ແລະ ສາມາດຂາຍ ໄດ້.
    4. ການຮັບຄືນສິນຄ້າ ຖ້າລູກຄ້າຕ້ອງການເອົາເງິນຄືນໃນສະກຸນເງິນກີບ ຕ້ອງອີງຕາມອັດຕາແລກປ່ຽນຂອງມື້ທີ່ອອກບິນຂາຍ.
    5. ສິນຄ້າທີ່ມີການຮັບປະກັນຈາກຜູ່ຜະລິດ ບໍລິສັດ ຈະດໍາເນີນການປະສານງານກັບທາງຜູ່ຜະລິດ ເພື່ອມາສ້ອມແປງ ແລະ ແກ້ໄຂໃຫ້ຖ້າຫາກເປັນໄປຕາມເງື່ອນໄຂການຮັບປະກັນ.
    6. ກໍລະນີ ສິນຄ້າທີ່ຮ່ວມລາຍການໂປໂມຊັ່ນ ເຊັ່ນ: (ສິນຄ້າແຖມ, ສິນຄ້າສົມມະນາຄຸນ, ສິນຄ້າແລກຊື້ໃນພິເສດ) ຫາກລູກຄ້າຕ້ອງການປ່ຽນສິນຄ້າ ຫຼື ສົ່ງຄືນສິນຄ້າ ລູກຄ້າຈະຕ້ອງສົ່ງຄືນເຄື່ອງແຖມ ແລະ ສິນຄ້າສົມມະນາຄຸນ ຫຼື ຫາກເງິນຕາມມູນຄ່າເຄື່ອງແຖມ ແລະ ຂອງສົມມະນາຄູນນັ້ນ.
    7. ບໍລິສັດ ຂໍສະຫງວນສິດທີ່ຈະບໍ່ຮັບ ການປ່ຽນສິນຄ້າ ຫຼື ຮັບຄືນສິນຄ້າ ທີ່ເສຍຫາຍຈາກການຂົນສົ່ງ ແລະ ການໃຊ້ງານຜິດວິທີຂອງລູກຄ້າເອງ.
    8. ບໍລິສັດ ຂໍສະຫງວນສິດບໍ່ຮັບຄືນສິນຄ້າ ໃນກໍລະນີສິນຄ້າປະເພດສີປະສົມ, ສິນຄ້າແບ່ງຂາຍ ຫຼື ສິນຄ້າທີ່ຂື້ນຄໍານໍາໜ້າທີ່ມີຄໍາເວົ້າດັ່ງນີ້: ສິນຄ້າສົ່ງຊື້ພິເສດ (CAK), ສິນຄ້າໂລະສະຕ໋ອກ (CAS), ສິນຄ້າເສື່ອມຄຸນ (CAC) ແລະ ສິນຄ້າທີ່ເຮັດໂປໂມຊັ່ນລາຄາພິເສດ (HOTPRICE).
    9. ບໍລິສັດ ຂໍສະຫງວນສິດໃນການປ່ຽນແປງຂໍ້ກໍານົດ ແລະ ເງື່ອນໄຂການຮັບຄືນສິນຄ້າໂດຍບໍ່ຕ້ອງແຈ້ງໃຫ້ຮູ້ລ່ວງໜ້າ.