“ຮູ້ ຫຼື ບໍ່ ເປັນຫຍັງຕ້ອງມີວັນເດັກນ້ອຍສາກົນ”❓
01-06-2021
1669,
ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ
“ຮູ້ ຫຼື ບໍ່ ເປັນຫຍັງຕ້ອງມີວັນເດັກນ້ອຍສາກົນ”
#ວັນເດັກນ້ອຍສາກົນ ເກີດຂຶ້ນເມື່ອປີ 1924 ໂດຍອົງການສະຫະປະຊາຊາດ ເພື່ອໃຫ້ເຫັນເຖິງຄວາມສໍາຄັນຂອງເດັກຫຼາຍຂຶ້ນ ແລະ ໄດ້ຮັບການຕອບຮັບຈາກປະເທດຕ່າງໆທົ່ວໂລກ, ເຊິ່ງແຕ່ລະປະເທດ ກຳນົດວັນສະເຫຼີມສະຫຼອງທີ່ແຕກຕ່າງກັນໄປ. ສຳລັບປະເທດລາວເຮົາແມ່ນຖືເອົາວັນທີ 1 ມິຖຸນາ ຂອງທຸກໆປີ ເປັນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ຈຸດປະສົງການຈັດງານວັນເດັກນ້ອຍ
- ເພື່ອໃຫ້ເຫັນເຖິງຄວາມສໍາຄັນຂອງເດັກ;
- ເພື່ອໃຫ້ເດັກ ແລະ ເຍົາວະຊົນ ຮູ້ຈັກສິດ, ໜ້າທີ່ຂອງຕົນ ແລະ ຢູ່ໃນລະບຽບວິໃນ;
- ເພື່ອເຜີຍແຜ່ຖະແຫຼງການສາກົນວ່າດ້ວຍສິດທິເດັກ.
ສຳລັບກິດຈະກຳທີ່ຈັດຂຶ້ນເພື່ອເປັນການຕ້ອນຮັບວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ປະກອບດ້ວຍ ການເປີດພິພິຕະພັນຕ່າງໆ ໃຫ້ເດັກເຂົ້າຊົມ ແລະ ສຶກສາ, ການຈັດງານສະແດງ, ແຈກຂອງຂວັນຕ່າງໆ ລວມເຖິງການປູກຕົ້ນໄມ້.

“ຊົມເຊີຍວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ”
