A PHP Error was encountered

Severity: Warning

Message: fopen(/home/admin/tmp/cisession38amerno8qhfuucorbad0gv03904d558): failed to open stream: No space left on device

Filename: drivers/Session_files_driver.php

Line Number: 239

Backtrace:

File: /home/admin/web/souvanny.la/public_html/application/controllers/News.php
Line: 6
Function: __construct

File: /home/admin/web/souvanny.la/public_html/index.php
Line: 306
Function: require_once

Souvanny Home Center Public Company
ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຮ່ວມກັບ ບໍລິສັດ ແຊ໋ງໂກແບງ ຍິບລັອກ ໄທແລນ ໄດ້ຈັດງານສຳມະນາ ຫົວຂໍ້ “Acoustic Tech Talk” ທີ່ ໂຮງແຮມ ເລີ ທາດຫຼວງດໍຣ
01-01-1970 1583, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

     ວັນທີ 16/11/2018 ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຮ່ວມກັບ ບໍລິສັດ ແຊ໋ງໂກແບງ ຍິບລັອກ ໄທແລນ ໄດ້ຈັດງານສຳມະນາ ຫົວຂໍ້ “Acoustic Tech Talk” ທີ່ ໂຮງແຮມ ເລີ ທາດຫຼວງດໍຣ, ໃນງານ ໄດ້ມີການຕ້ອນຮັບ ແລະ ເປີດງານ ໂດຍ ທ່ານ ວັດດານາ ສຸຄະບັນດິດ ຜູ້ອຳນວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ເຊິ່ງຈຸດປະສົງຂອງການຈັດງານໃນຄັ້ງນີ້ ເພື່ອເປັນການໃຫ້ຂໍ້ມູນແກ່ບັນດາຜູ້ທີ່ເຂົ້າຮ່ວມ ກ່ຽວກັບການອອກແບບລະບົບກັນສຽງພາຍໃນອາຄານທີ່ມີຜູ້ຜູ້ຊ່ຽວຊານມາໃຫ້ຄວາມຮູ້ໂດຍສະເພາະ. ນອກຈາກນີ້, ຍັງໄດ້ຮັບກຽດເຂົ້າຮ່ວມງານຈາກ ທ່ານ ກົດສະດາ ສຸຄະບັນດິດ ຮອງຜູ້ອໍານວຍການໃຫຍ່, ຝ່າຍປະຕິບັດການ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ, ທ່ານ ພິນລະນາ ນະລະນອງ (Export Director ບໍລິສັດ ແຊ໋ງໂກແບນ ຍິບລັອກ ໄທແລນ), ທ່ານ ສັນທະນາ ພົງພິທັກ (SEA Sub Area Manager ບໍລິສັດ ແຊ໋ງໂກແບນ Glass), ທ່ານ ດຣ ກິດສະດາ ວິວັດວາຄິນ (ຜູ້ຊ່ຽວຊາຍດ້ານການອອກແບບລະບົບສຽງ ແລະ ອະຄຸສຕຣິກ ປະເທດໄທ) ແລະ ຫຼາຍໆພາກສ່ວນຈາກບໍລິສັດກໍ່ສ້າງ, ນ້ອງນັກຮຽນຈາກໂຮງຮຽນສະຖາປະນິກອີກດ້ວຍ. ພາຍໃນງານ ໄດ້ມີການ ຈັດບູສສະແດງສິນຄ້າຕົວຢ່າງໃນການທົດລອງກ່ຽວກັບລະບົບກັນສຽງເຊັ່ນ: ບູສຂອງ Gyproc Acoustic, ບູສຂອງ Isover saint-gobian, ບູສຂອງ Weber Acoustic ແລະ ບູສຂອງ Saint Gobain Glass acoustic… ເຊິ່ງສີນຄ້າດັ່ງກ່າວ ແມ່ນຈຳໜ່າຍທີ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ທຸກສາຂາ ແລະ ເປັນທີ່ຮູ້ຈັກຂອງຫຼາຍໆທ່ານ. ສຸວັນນີ ໂຮມເຊັນເຕີ ຈິນຕະນາການທີ່ເປັນໄປໄດ້.

ຂ່າວສານອື່ນໆ